Sunset Bar Don Det

Sunset Bar Don Det Nice and quiet place to relax and meet travellers.

18/12/2025
One day
18/12/2025

One day

Verry verry nice
09/12/2025

Verry verry nice

Good morning 5 December  2025Moon set in the morning 🥰🥰🌄
04/12/2025

Good morning
5 December 2025
Moon set in the morning 🥰🥰🌄

16/11/2025

Beautiful show 😎🌄

Well come to hi season 161125

28/10/2025

ມັນບໍ່ຄຸ້ມຄ່າເລີຍ! ທ່ານໝໍເຕືອນ ຍົກກໍລະນີສຶກສາຄົນເຮັດວຽກໜັກຮັບຜິດຊອບທຸກຢ່າງ ຈົນລົ້ມກາງໂຕະເຮັດວຽກ ຍ້ອນຫົວໃຈຢຸດເຕັ້ນກະທັນຫັນ
ເນື້ອໃນຂ່າວ ແລະ ຄຳເຕືອນຈາກແພດ
ວັນທີ 27 ຕຸລາ 2568, ຮອງສາດສະດາຈານ ນາຍແພດ ວີຣະສັກ ຈະຣັດໄຊສີ, ອາຈານແພດຜູ້ຊ່ຽວຊານດ້ານນິຕິເວດສາດ ມະຫາວິທະຍາໄລສີນະຄະຣິນທະຣະວິໂຣດ (ມສວ.) ໄດ້ອອກມາໂພສຜ່ານເຟສບຸກ "ໝໍໝູ ວີຣະສັກ" ອະທິບາຍກ່ຽວກັບເລື່ອງທີ່ເຊື່ອວ່າຄົນໃນສັງຄົມນີ້ຕ້ອງພົບພໍ້ ເຊິ່ງອາດຈະບໍ່ແມ່ນທຸກຄົນ ແຕ່ເຊື່ອວ່າການຫຼີກລ່ຽງມັນຄົງເປັນໄປໄດ້ຍາກ

ທ່ານໝໍລະບຸວ່າ:
ມີຄົນໜຶ່ງທີ່ເປັນຄົນເກັ່ງ, ເປັນຄົນທີ່ທຸກຄົນເພິ່ງພາໄດ້, ເຮັດວຽກໜັກ, ຮັບຜິດຊອບທຸກຢ່າງ ໂດຍທີ່ບໍ່ເຄີຍເວົ້າວ່າເມື່ອຍ, ຈົນມື້ໜຶ່ງ... ຄົນຜູ້ນີ້ ລົ້ມກາງໂຕະເຮັດວຽກ ຍ້ອນຫົວໃຈຢຸດເຕັ້ນກະທັນຫັນ. ເຊິ່ງຄົນໃກ້ຊິດຂອງລາວບອກວ່າ "ລາວແຂງແຮງດີ ບໍ່ມີພະຍາດປະຈຳຕົວ". ແຕ່ສິ່ງທີ່ບໍ່ມີໃຜເຫັນຄື "ຄວາມຄຽດທີ່ສະສົມໃນຮ່າງກາຍ" ມັນກັດກິນລາວມາເປັນເວລາດົນ
ຜົນກະທົບຂອງຄວາມຄຽດຕໍ່ຮ່າງກາຍ (ດ້ານວິທະຍາສາດ)
ເມື່ອຮ່າງກາຍມີ ຄວາມຄຽດຊຳເຮື້ອ (Chronic Stress), ລະບົບປະສາດອັດຕະໂນມັດ (Autonomic Nervous System) ຈະເຮັດວຽກຜິດປົກກະຕິ:
ລະບົບຕໍ່ສູ້ຫຼືໜີ (Sympathetic) ຈະເຮັດວຽກເກີນຂະໜາດ, ໃນຂະນະທີ່ລະບົບພັກຜ່ອນແລະສ້ອມແປງ (Parasympathetic) ຈະຢຸດເຮັດວຽກ
ຮ່າງກາຍຈຶ່ງຢູ່ໃນສະພາວະ "ພ້ອມຮົບຕະຫຼອດເວລາ"; ຫົວໃຈເຕັ້ນໄວຂຶ້ນ, ຄວາມດັນສູງຂຶ້ນ, ຮໍໂມນຄໍຕິຊໍ (Cortisol) ຫຼັ່ງຕະຫຼອດ, ນອນກໍບໍ່ໄດ້ພັກ, ກິນກໍບໍ່ຍ່ອຍ, ສະໝອງກໍບໍ່ໄດ້ຣີເຊັດ

ເມື່ອເວລາຜ່ານໄປ... ຄວາມຄຽດນີ້ຈະກະຕຸ້ນໃຫ້ເກີດ ພາວະຫົວໃຈເຕັ້ນຜິດຈັງຫວະ (Arrhythmia) ຫຼື ກ້າມເນື້ອຫົວໃຈຂາດເລືອດກະທັນຫັນ (Acute Coronary Syndrome) ໂດຍບໍ່ມີອາການເຕືອນລ່ວງໜ້າ
Burnout Syndrome (ພາວະໝົດໄຟໃນການເຮັດວຽກ) ບໍ່ໄດ້ເຮັດໃຫ້ພຽງແຕ່ຈິດໃຈເສຍຫາຍ, ແຕ່ມັນເຮັດໃຫ້ "ຫົວໃຈຢຸດເຕັ້ນ" ໄດ້ແທ້ຈິງ.
ທ່ານໝໍໄດ້ອ້າງອີງຈາກງານວິໄຈວ່າ:
Toker & Biron, 2012: ພົບວ່າ ຄົນທີ່ມີພາວະໝົດໄຟ (Burnout) ສູງ ມີຄວາມສ່ຽງຕໍ່ການເປັນພະຍາດຫົວໃຈຂາດເລືອດເພີ່ມຂຶ້ນ
Melamed et al., 2006: ພົບວ່າ ການເຮັດວຽກໜັກເກີນໄປ ແລະ ມີຄວາມຄຽດຊຳເຮື້ອ ເຮັດໃຫ້ລະດັບຄໍຕິຊໍສູງຕະຫຼອດວັນ ແລະ ສໍາພັນກັບການເກີດຫົວໃຈເຕັ້ນຜິດຈັງຫວະ ແລະ ເສັ້ນເລືອດແຂງຕົວໄວຂຶ້ນ ເຖິງແມ່ນວ່າຈະຢູ່ໃນກຸ່ມຄົນໜຸ່ມສາວກໍຕາມ
ອົງການອະນາໄມໂລກ (WHO, 2019) ລະບຸວ່າ: ຄວາມຄຽດຊຳເຮື້ອເປັນປັດໄຈສ່ຽງສຳຄັນອັນດັບຕົ້ນໆ ຂອງການເສຍຊີວິດກ່ອນໄວອັນຄວນຈາກພະຍາດຫົວໃຈ ແລະ ຫຼອດເລືອດ
ໝໍໄດ້ເຕືອນວ່າ: "ຢ່າພູມໃຈກັບຄຳວ່າ 'ອົດທົນ' ຈົນລືມເບິ່ງແຍງຫົວໃຈຂອງຕົນເອງ ບາງຄັ້ງ ການພັກຜ່ອນ' ບໍ່ແມ່ນຄວາມອ່ອນແອ, ແຕ່ມັນຄື 'ພູມຄຸ້ມກັນຂອງຊີວິດ. ໃນສັງຄົມປັດຈຸບັນນີ້, ຄົນທີ່ຕັ້ງໃຈສຸດ ມັກຈະພັງມິດໆທີ່ສຸດ, ບໍ່ແມ່ນຍ້ອນວ່າເຂົາບໍ່ເຂັ້ມແຂງ, ແຕ່ຍ້ອນວ່າ "ເຂົາບໍ່ເຄີຍອະນຸຍາດໃຫ້ຕົນເອງອ່ອນແອ" ເລີຍ
ຂໍໃຫ້ເຕືອນຕົນເອງໄວ້ກໍດີ: "ຢ່າອົດທົນຈົນຫົວໃຈຕ້ອງຂໍລາອອກຈາກຊີວິດກ່ອນເຮົາ." ຄົນເກັ່ງບໍ່ຕາຍຍ້ອນແພ້ໃຜ, ແຕ່ຍ້ອນ "ແພ້ຄວາມຄາດຫວັງຂອງຕົນເອງ."
ທີ່ມາ: หมอหมู วีระศักดิ์
https://www.facebook.com/share/p/1CNbbrqryX/
#ຄຣິບເດັດ #ເລື່ອງດັງ

15/10/2025

ວັນທີ 13 ຕຸລາ 2025 ທ່ານ ໂມຫັດ ອາຊຳ ອາຫມັດ ອະທິບໍດີຫົວໜ້າກົມສຶກສາທິການ ຂອງປະເທດມາເລເຊຍ ໄດ້ເປີດເຜີຍວ່າ ມີນັກຮຽນທົ່ວປະເທດປະມານ 6,000 ຄົນ ຕິດເຊື້ອໄຂ້ຫວັດໃຫຍ່ (Influenza) ເຮັດໃຫ້ໂຮງຮຽນຫຼາຍແຫ່ງຈຳເປັນຕ້ອງປິດຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດໃນກຸ່ມເດັກນ້ອຍ ແລະ ບຸກຄະລາກອນທາງການສຶກສາ ຂະນະທີທາງການໄດ້ກຳນົດແນວທາງຮັບມືໄວ້ແລ້ວ ໂດຍເນັ້ນໃຫ້ໂຮງຮຽນນຳມາດຕະການປ້ອງກັນພະຍາດຕິດເຊື້ອທີ່ເຄີຍໃຊ້ໃນໄລຍະໂຄວິດ-19 ກັບຄືນມາ ເຊັ່ນ ການໃສ່ໜ້າກາກອະນາໄມ ແລະ ການຫຼຸດກິດຈະກຳຮວມກຸ່ມໃຫຍ່ຂອງນັກຮຽນ ທ່ານຍັງກ່າວວ່າ ການລະບາດເກີດຂຶ້ນໃນຫຼາຍພື້ນທີ່ທົ່ວປະເທດ.

ທາງດ້ານກະຊວງສາທາລະນະສຸກຂອງມາເລເຊຍ ໄດ້ເຜີຍວ່າ ໃນອາທິດທີ່ຜ່ານມາ ມີການລາຍງານກ່ອນລະບາດ (cluster) ຂອງໄຂ້ຫວັດໃຫຍ່ເພີ່ມຂຶ້ນເຖິງ 97 ຈຸດ ຈາກ 14 ຈຸດໃນອາທິດກ່ອນໜ້າ ໂດຍສ່ວນໃຫຍ່ພົບໃນໂຮງຮຽນ ແລະ ສູນເດັກນ້ອຍ ໂດຍທີ່ລັດດສະລັງງໍ ມີຈຸດ cluster ຫຼາຍທີ່ສຸດ 43 ຈຸດ ຕາມມາດ້ວຍ ກົວລາລຳເປີ ແລະ ປຸດຣາຈາຢາ 15 ຈຸດ, ປີນັງ 10 ຈຸດ, ຢະໂຮ 9 ຈຸດ ແລະ ເກດະ 5 ຈຸດ.

ພ້ອມກັນນັ້ນ ລັດຖະມົນຕີສາທາລະນະສຸກຂອງມາເລເຊຍ ກ່າວວ່າ ຈະປຶກສາຮ່ວມກັບກະຊວງສຶກສາ ເພື່ອກຳນົດມາດຕະການເພີ່ມເຕີມໃນການຄວບຄຸມການລະບາດໃນສະຖານສຶກສາ ໂດຍເນັ້ນໃຫ້ຄວາມສຳຄັນກັບຄວາມປອດໄພຂອງເດັກນ້ອຍ ແລະ ບຸກຄະລາກອນເປັນຫຼັກ.

ທີ່ມາຈາກ: CNA

11/09/2025

So beautiful

06/09/2025

Room and views Sunset Bar Don Det

05/09/2025

Address

39 Don Det, Don Khong Village
Don Det
123456

Website

Alerts

Be the first to know and let us send you an email when Sunset Bar Don Det posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category