05/11/2026
ລໍຖ້າຂ່າວດີໃນການປະກາດຮັບຮອງເອົາ "ລາບ" ເປັນມໍລະດົກໂລກຂອງ ສປປ ລາວ ຈາກອົງການ UNESCO ໃນຢ່າງເປັນທາງການໄວໆນີ້.
ສະມາຄົມນັກທຸລະກິດແມ່ຍິງ ໄດ້ເປັນເຈົ້າການຢ່າງຕັ້ງໜ້າໃນການນຳສະເໜີເອົາລາບເປັນມໍລະດົກໂລກ ຂອງ ສປປ ລາວ ໂດຍເຮັດຫນັງສືເຖິງ ອົງການ UNESCO ໂດຍຜ່ານກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຕັ້ງແຕ່ຕົ້ນປີ 2025
ປັດຈຸບັນແມ່ນລໍຖ້າຜົນການປະກາດຮັບຮອງເອົາ "ລາບ" ເປັນມໍລະດົກໂລກຂອງ ສປປ ລາວ ຈາກອົງການ UNESCO ຢ່າງເປັນທາງການໄວໆນີ້ ເຊິ່ງຈະເປັນຂ່າວດີທີ່ພາກພູມທີ່ສຸດຂອງປວງຊົນລາວທັງຊາດ.