HR Avani+ Lanexang

HR Avani+ Lanexang Led by People & Culture team, we develop talent to build a high-performance workplace.

ສະບາຍດີ ໂຮງແຮມ Avani+ ລ້ານຊ້າງວຽງຈັນ ຕ້ອງການແຄັດຊວນຈຳນວນຫຼາຍສຳລັບເສີບຈັດງານລ້ຽງ👇ສາມາດອ່ານລາຍລະອຽດຕາມຂ້າງລຸ່ມນີ້ເລີຍ👇
19/11/2026

ສະບາຍດີ ໂຮງແຮມ Avani+ ລ້ານຊ້າງວຽງຈັນ ຕ້ອງການແຄັດຊວນຈຳນວນຫຼາຍສຳລັບເສີບຈັດງານລ້ຽງ

👇ສາມາດອ່ານລາຍລະອຽດຕາມຂ້າງລຸ່ມນີ້ເລີຍ👇

💜ຍິນດີຕ້ອນຮັບສະມາຊິກໃໝ່ຂອງພວກເຮົາ!ອີກໜຶ່ງບົດໃໝ່ທີ່ໜ້າຕື່ນເຕັ້ນໄດ້ເລີ່ມຕົ້ນຂຶ້ນແລ້ວທີ່ Avani+ Lanexang Vientiane!ກິດຈະກຳປ...
18/11/2026

💜ຍິນດີຕ້ອນຮັບສະມາຊິກໃໝ່ຂອງພວກເຮົາ!

ອີກໜຶ່ງບົດໃໝ່ທີ່ໜ້າຕື່ນເຕັ້ນໄດ້ເລີ່ມຕົ້ນຂຶ້ນແລ້ວທີ່ Avani+ Lanexang Vientiane!

ກິດຈະກຳປະຖົມນິເທດພະນັກງານໃໝ່ຄັ້ງລ່າສຸດຂອງພວກເຮົາ ເຕັມໄປດ້ວຍຮອຍຍິ້ມ, ມິດຕະພາບໃໝ່ໆ ແລະ ໂອກາດໃນການຮຽນຮູ້. ຕະຫຼອດ 2 ມື້ທີ່ຜ່ານມາ, ເພື່ອນຮ່ວມງານໃໝ່ຂອງພວກເຮົາໄດ້ຮຽນຮູ້ກ່ຽວກັບແບຣນ, ວັດທະນະທຳ ແລະ ຄຸນຄ່າຂອງອົງກອນ ພ້ອມທັງຄົ້ນພົບຄວາມໝາຍຂອງການເປັນສ່ວນໜຶ່ງຂອງຄອບຄົວ Minor Hotels.

ພວກເຮົາຫວັງວ່າຈະໄດ້ເຫັນທຸກຄົນເຕີບໂຕ, ສະແດງຄວາມສາມາດ ແລະ ຮ່ວມກັນສ້າງປະສົບການທີ່ໜ້າປະທັບໃຈ.

ຍິນດີຕ້ອນຮັບທຸກຄົນເຂົ້າສູ່ທີມຂອງພວກເຮົາ! 💜

💜 A Warm Welcome to Our New Team Members!

Another exciting chapter begins at Avani+ Lanexang Vientiane!

Our latest New Team Member Orientation brought together fresh faces, new connections, and opportunities to learn. Over two days, our new colleagues explored our brand, culture, and values while discovering what it means to be part of the Minor Hotels family.

We look forward to seeing everyone grow, shine, and create memorable experiences together.

Welcome to the team! 💜

ສະບາຍດີ ໂຮງແຮມ Avani+ ລ້ານຊ້າງວຽງຈັນ ຕ້ອງການແຄັດຊວນຈຳນວນຫຼາຍມາຊ່ວຍງານເປີດໂຮງແຮມ👇ສາມາດອ່ານລາຍລະອຽດຕາມຂ້າງລຸ່ມນີ້ເລີຍ👇
15/11/2026

ສະບາຍດີ ໂຮງແຮມ Avani+ ລ້ານຊ້າງວຽງຈັນ ຕ້ອງການແຄັດຊວນຈຳນວນຫຼາຍມາຊ່ວຍງານເປີດໂຮງແຮມ

👇ສາມາດອ່ານລາຍລະອຽດຕາມຂ້າງລຸ່ມນີ້ເລີຍ👇

🍸 Shake, Stir & Connect! 🍹ການເປັນບາເທັນເດີທີ່ດີ ບໍ່ແມ່ນພຽງແຕ່ການຊົງຄັອກເທວເທົ່ານັ້ນ ແຕ່ຍັງເປັນການສ້າງປະສົບການທີ່ດີ, ການສ...
14/11/2026

🍸 Shake, Stir & Connect! 🍹

ການເປັນບາເທັນເດີທີ່ດີ ບໍ່ແມ່ນພຽງແຕ່ການຊົງຄັອກເທວເທົ່ານັ້ນ ແຕ່ຍັງເປັນການສ້າງປະສົບການທີ່ດີ, ການສ້າງຄວາມສຳພັນກັບແຂກ, ການສົນທະນາ ແລະ ການສ້າງບັນຍາກາດທີ່ມ່ວນຊື່ນໃຫ້ທຸກຊ່ວງເວລາຢູ່ບາ!

ຂໍຂອບໃຈ ຄຸນ Kate, ຜູ້ອຳນວຍການຝ່າຍອາຫານ ແລະ ເຄື່ອງດື່ມ ສຳລັບການຝຶກອົບຮົມການຊົງຄັອກເທວທີ່ເຕັມໄປດ້ວຍຄວາມຮູ້, ທັກສະໃໝ່ໆ ແລະ ຄວາມມ່ວນຊື່ນ! ✨

Being a great bartender is more than just mixing cocktails. It’s about creating an experience, connecting with guests, sharing stories, and making every moment at the bar enjoyable!

A big thank you to Khun Kate, our Director of Food & Beverage, for an amazing cocktail training session filled with new skills, great energy, and plenty of fun! ✨

ທີມງານທີ່ດີ ຊ່ວງເວລາທີ່ດີ ແລະ ຄອບຄົວ VVIE ທີ່ເຂັ້ມແຂງ! | VVIE TOWN HALL 💜ກັບມາພົບກັນອີກຄັ້ງກັບກິດຈະກຳ Town Hall ທີ່ເປັນໂ...
10/11/2026

ທີມງານທີ່ດີ ຊ່ວງເວລາທີ່ດີ ແລະ ຄອບຄົວ VVIE ທີ່ເຂັ້ມແຂງ! | VVIE TOWN HALL 💜

ກັບມາພົບກັນອີກຄັ້ງກັບກິດຈະກຳ Town Hall ທີ່ເປັນໂອກາດໃຫ້ທີມງານຂອງພວກເຮົາໄດ້ມາພົບປະກັນ ຮັບຟັງຂ່າວສານ ຮ່ວມສະຫຼອງຄວາມສຳເລັດ ແລະ ທີ່ສຳຄັນ ຮ່ວມຊື່ນຊົມຜູ້ທີ່ມີຜົນງານໂດດເດັ່ນ! 🙌

ໃນວັນທີ 6 ພະຈິກ 2026 ຄອບຄົວ VVIE ຂອງພວກເຮົາໄດ້ມາຮ່ວມກັນໃນບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ ຄວາມສາມັກຄີ ແລະ ການໃຫ້ກຳລັງໃຈເຊິ່ງກັນແລະກັນ.

ແລະ ໜຶ່ງໃນຊ່ວງເວລາສຳຄັນຂອງງານ ກໍຄືການປະກາດລາງວັນ Spark of the Month! 🏆✨

🌟 Front of the House – Jia Outhone Chanthavong | ພະແນກຕ້ອນຮັບ

ຮອຍຍິ້ມທີ່ອົບອຸ່ນ ຄວາມໃສ່ໃຈໃນທຸກລາຍລະອຽດ ແລະ ການດູແລແຂກດ້ວຍຄວາມຈິງໃຈ ເປັນສິ່ງທີ່ຊ່ວຍສ້າງຄວາມປະທັບໃຈໃຫ້ແກ່ແຂກຂອງພວກເຮົາ. ຂໍສະແດງຄວາມຍິນດີກັບ Jia ສຳລັບຄວາມທຸ່ມເທ ແລະ ຜົນງານທີ່ໂດດເດັ່ນ!

🌟 Heart of the House – Pele Phommasone | ພະແນກໄອທີ

ບໍ່ແມ່ນທຸກຜົນງານທີ່ດີຈະເກີດຂຶ້ນຕໍ່ໜ້າແຂກສະເໝີໄປ! ການສະໜັບສະໜູນຢູ່ເບື້ອງຫຼັງກໍມີຄວາມສຳຄັນບໍ່ແພ້ກັນ. ຂໍສະແດງຄວາມຍິນດີກັບ Pele ສຳລັບຄວາມຕັ້ງໃຈ ຄວາມທຸ່ມເທ ແລະ ການຄອຍຊ່ວຍເຫຼືອທີມງານຂອງພວກເຮົາ! 💻👏

ຂໍສຽງປົບມືດັງໆ ໃຫ້ກັບຜູ້ໄດ້ຮັບລາງວັນທັງສອງທ່ານ! 👏 ບໍ່ວ່າຈະເປັນວຽກຢູ່ເບື້ອງໜ້າ ຫຼື ເບື້ອງຫຼັງ ທຸກບົດບາດລ້ວນມີຄວາມສຳຄັນຕໍ່ຄວາມສຳເລັດຂອງພວກເຮົາ.

ຕ່າງໜ້າທີ່ ແຕ່ເປັນທີມດຽວກັນ ໜຶ່ງດຽວຄື VVIE! ✨

GREAT PEOPLE, GREAT MOMENTS, ONE AMAZING TEAM! | VVIE TOWN HALL 💜

Another Town Hall, another opportunity to come together, celebrate our achievements, share exciting updates, and most importantly, recognize the incredible people who make AVANI+ Lanexang Vientiane special! 🙌

On 6 November 2026, our VVIE family gathered for a Town Hall filled with team spirit, appreciation, and well-deserved recognition.

And of course, one of the highlights was celebrating our Spark of the Month winners! 🏆✨

🌟 Front of the House – Jia Outhone Chanthavong | Front Office

The welcoming smiles, thoughtful gestures, and genuine care shown to our guests are what make every stay memorable. Congratulations, Jia, on being recognized for your dedication and positive contribution to our guest experience!

🌟 Heart of the House – Pele Phommasone | IT

Not every contribution happens in front of our guests! Behind the scenes, teamwork and reliable support keep everything running smoothly. Congratulations, Pele, for your hard work and the important role you play in supporting our VVIE family! 💻👏

A huge round of applause to both winners! 👏 Your recognition is a reminder that every role, whether in front of our guests or behind the scenes, makes a difference.

Different roles. One team. One VVIE!

ມື້ແຫ່ງຄວາມຫວານ ພ້ອມເກມປິງປອງ ແລະ ສຽງຫົວເລາະ! ໃຜວ່າ Candy Day ມີແຕ່ການແຈກເຂົ້າໜົມ? ຢູ່ VVIE ທັງທີ ຕ້ອງມີຫຍັງມ່ວນໆ ເພີ່ມອ...
10/11/2026

ມື້ແຫ່ງຄວາມຫວານ ພ້ອມເກມປິງປອງ ແລະ ສຽງຫົວເລາະ!

ໃຜວ່າ Candy Day ມີແຕ່ການແຈກເຂົ້າໜົມ? ຢູ່ VVIE ທັງທີ ຕ້ອງມີຫຍັງມ່ວນໆ ເພີ່ມອີກແນ່ນອນ! 😎

ໃນວັນທີ 4 ພະຈິກ 2026 ພວກເຮົາໄດ້ຈັດກິດຈະກຳ Candy Day ເພື່ອເພີ່ມຄວາມຫວານ ແລະ ຄວາມມ່ວນຊື່ນໃຫ້ກັບທີມງານຂອງພວກເຮົາ! 💚

ແນ່ນອນວ່າມີເຂົ້າໜົມຫວານໆ ໃຫ້ທຸກຄົນໄດ້ກິນ ແຕ່ຈະໃຫ້ແຈກເຂົ້າໜົມລ້າໆ ກໍຄືຈະທຳມະດາເກີນໄປ! 😂 ພວກເຮົາເລີຍເພີ່ມຄວາມມ່ວນດ້ວຍ ເກມທ້າທາຍປິງປອງ 🏓 ທີ່ເຕັມໄປດ້ວຍສຽງເຊຍ ສຽງຫົວເລາະ ແລະ ບັນຍາກາດການແຂ່ງຂັນແບບມ່ວນໆ!

ບາງຄົນມາເພາະຢາກກິນເຂົ້າໜົມ 🍬 ບາງຄົນກໍພ້ອມມາໂຊຝີມື 🏓 ສ່ວນບາງຄົນກໍມາຢືນເຊຍ ແລະ ຫົວເລາະໄປນຳກັນ!

ກິດຈະກຳນີ້ບໍ່ໄດ້ເນັ້ນວ່າໃຜຈະຊະນະ ຫຼື ເສຍໄຊ ແຕ່ເປັນການໃຫ້ທຸກຄົນໄດ້ພັກຜ່ອນຈາກວຽກປະຈຳວັນຈັກໜ້ອຍ ໄດ້ຍິ້ມ ໄດ້ຫົວເລາະ ແລະ ໃຊ້ເວລາດີໆ ຮ່ວມກັນ.

ເພາະບາງຄັ້ງ ພຽງແຕ່ມີເຂົ້າໜົມຫວານໆ ລູກປິງປອງໜຶ່ງໜ່ວຍ ແລະ ໝູ່ຮ່ວມທີມທີ່ມ່ວນໆ ກໍສາມາດປ່ຽນມື້ທຳມະດາໃຫ້ກາຍເປັນມື້ທີ່ໜ້າຈົດຈຳໄດ້! 💚

ຫວານຈັກໜ້ອຍ ທ້າທາຍຈັກໜ່ອຍ ແຕ່ຄວາມມ່ວນເຕັມຮ້ອຍ! 🍭🏓

SWEET TREATS, PING PONG & LOTS OF LAUGHTER!

Who said Candy Day is just about eating sweets? Not at VVIE! 😎

On 4 November 2026, we brought a little extra sweetness and excitement to our Team Members with a fun-filled Candy Day celebration! 💚

Of course, there were candies to enjoy, but we couldn't just hand them out and call it a day! 😂 So, we added a little twist with a Ping Pong Challenge 🏓, turning a simple sweet treat into a moment of friendly competition, cheers, and plenty of laughter!

Some came for the candies 🍬, some were ready to show off their ping pong skills 🏓, and others simply enjoyed watching the fun unfold!

It wasn't about winning or losing. It was about taking a little break from our busy day, sharing smiles, and enjoying the small moments that bring our team closer together.

Because sometimes, all it takes is a little candy, a ping pong ball, and the right people to make an ordinary day a memorable one! 💚

A little sugar, a little challenge, and a whole lot of VVIE spirit! 🍭🏓

ເຈົ້າຮູ້ຈັກ AVANI+ LANEXANG VIENTIANE ດີສ່ຳໃດ? 👀ຄິດວ່າຮູ້ທຸກຢ່າງກ່ຽວກັບໂຮງແຮມຂອງພວກເຮົາແລ້ວບໍ? ຖ້າໝັ້ນໃຈ ກໍຕ້ອງມາລອງທົດສ...
10/11/2026

ເຈົ້າຮູ້ຈັກ AVANI+ LANEXANG VIENTIANE ດີສ່ຳໃດ? 👀

ຄິດວ່າຮູ້ທຸກຢ່າງກ່ຽວກັບໂຮງແຮມຂອງພວກເຮົາແລ້ວບໍ? ຖ້າໝັ້ນໃຈ ກໍຕ້ອງມາລອງທົດສອບກັນເບິ່ງ! 😎📝

ໃນວັນທີ 27–28 ຕຸລາ 2026 ທີ່ຜ່ານມາ ທີມງານຂອງພວກເຮົາໄດ້ເຂົ້າຮ່ວມ ການທົດສອບຄວາມຮູ້ກ່ຽວກັບໂຮງແຮມ (Product Knowledge Test) ເພື່ອທ້າທາຍຕົນເອງວ່າ ພວກເຮົາຮູ້ຈັກໂຮງແຮມທີ່ເຮັດວຽກຢູ່ທຸກມື້ດີຫຼາຍປານໃດ!

ຕັ້ງແຕ່ສິ່ງອຳນວຍຄວາມສະດວກ ການບໍລິການຕ່າງໆ ໄປຈົນເຖິງຄວາມຮູ້ກ່ຽວກັບແບຣນ ແລະ ລາຍລະອຽດນ້ອຍໆ ທີ່ບາງຄັ້ງພວກເຮົາອາດມອງຂ້າມໄປ ທຸກຄຳຖາມລ້ວນແຕ່ເປັນໂອກາດໃຫ້ໄດ້ທົດສອບຄວາມຮູ້ຂອງຕົນເອງ! 💡

ບາງຄຳຖາມກໍງ່າຍຄືປອກກ້ວຍ 🍌 ບາງຄຳຖາມກໍຕ້ອງຄິດແລ້ວຄິດອີກ 🤔 ແລະ ບາງຄຳຖາມກໍອາດເຮັດໃຫ້ຫຼາຍຄົນຄິດໃນໃຈວ່າ "ເອົ້າ! ເລື່ອງນີ້ເຮົາກໍຄວນຮູ້ຢູ່ແລ້ວຕີ້!" 😂

ແຕ່ນອກເໜືອຈາກຄະແນນ ການທົດສອບຄັ້ງນີ້ຍັງເປັນໂອກາດໃຫ້ທຸກຄົນໄດ້ຮູ້ຈັກໂຮງແຮມຂອງພວກເຮົາຫຼາຍຂຶ້ນ ເພີ່ມຄວາມໝັ້ນໃຈ ແລະ ກຽມຄວາມພ້ອມໃນການຕອບຄຳຖາມ ແລະ ໃຫ້ຂໍ້ມູນແກ່ແຂກຂອງພວກເຮົາ.

ໜຶ່ງໂຮງແຮມ ຫຼາຍພະແນກ 50 ຄຳຖາມ ແຕ່ໃຜຈະຮູ້ຈັກ VVIE ດີທີ່ສຸດ? 🏆👀

ຂໍສົ່ງສຽງເຊຍ ແລະ ຂອບໃຈທີມງານທຸກຄົນທີ່ຮ່ວມຮັບຄວາມທ້າທາຍໃນຄັ້ງນີ້! 💚

HOW WELL DO YOU REALLY KNOW AVANI+ LANEXANG VIENTIANE? 👀

Think you know everything about our hotel? Well, it's time to put that confidence to the test! 😎📝

On 27–28 October 2026, our Team Members took on the Product Knowledge Test, challenging themselves to see just how well they know the place they work in every day!

From hotel facilities and services to brand knowledge and those little details we sometimes overlook, every question was a chance to prove what we know! 💡

Some questions were a piece of cake 🍰, some needed a second thought 🤔, and a few probably had everyone wondering, "Wait... I should know this!" 😂

But beyond the scores, it was all about knowing our hotel inside and out, building confidence, and making sure we're always ready when our guests come to us with questions.

One hotel. Many departments. 50 questions. But who knows VVIE best? 🏆👀

A big shout-out to everyone who took on the challenge! 💚

10/11/2026

ສະບາຍດີ ໂຮງແຮມ Avani+ ລ້ານຊ້າງວຽງຈັນ ຕ້ອງການແຄັດຊວນຊ່ວຍຄົວ:

👉ວັນທີ 11 ພະຈິກ 2026👈
🕑ເວລາ 12:00-21:00 ໂມງ ຈຳນວນ 2ຄົນ

ຕ້ອງການແຄັດຊວນລ້າງຖ້ວຍ
👉ວັນທີ 11 ພະຈິກ 2026👈
🕑ເວລາ 15:00-00:00ໂມງ ຈຳນວນ 1ຄົນ

💵 ຄ່າຈ້າງ: 200,000 ຕໍ່ມື້. ໃຜສົນໃຈຕິດຕໍ່ 02077602424

10/11/2026

ສະບາຍດີ ໂຮງແຮມ Avani+ ລ້ານຊ້າງວຽງຈັນ ຕ້ອງການແຄັດຊວນຫ້ອງປະຊຸມ:

👉ວັນທີ 11 ພະຈິກ 2026👈
🕑ເວລາ 14:00-23:00 ໂມງ ຈຳນວນ 8 ຄົນ

💵 ຄ່າຈ້າງ: 200,000 ຕໍ່ມື້. ໃຜສົນໃຈຕິດຕໍ່ 020 7760242
ຂອບໃຈ

23/10/2026

ໂຮງແຮມອາວານີ+ ລ້ານຊ້າງ ວຽງຈັນ ເປີດຮັບສະໝັກເພື່ອນຮ່ວມງານ
ສາມາດສົ່ງ CV/Resume ມາໄດ້ເລີຍ!

ກົດລິ້ງເພື່ອສະໝັກ: 👉 https://forms.gle/UsKobtGtqn6gwKTa7

ຫຼື ສາມາດເຂົ້າມາສະໝັກຕົວຈິງ ແລະ ສອບຖາມໄດ້ດ້ວຍຕົນເອງເດີ້ ພວກເຮົາພ້ອມສຳພາດທັນທີ.
ເປີດວັນຈັນ-ວັນສຸກ ໃນໂມງລັດຖະການ
ຕອນເຊົ້າ 8:30-11:30
ຕອນແລງ 13:30 - 16:30

📍ສະຖານທີ່: ໂຮງແຮມ Avani+ Lanexang Vientiane Hotel ນະຄອນຫລວງວຽງຈັນ
ຊັ້ນ B ( ຊັ້ນໃຕ້ດິນ ) ຫ້ອງການ People & Culture ພະແນກບຸກຄະລາກອນ ແລະ ວັດທະນະທຳອົງກອນ ບ້ານ ຊຽງຍືນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ
🗺️ແຜນທີ່ມາໂຮງແຮມ: https://maps.app.goo.gl/VSMX3gLAcSWAZCWh6?g_st=ic

Address

Fagum Road, Xiengyuen Village, Chanthabouly District, Vientiane Capital
Vientiane

Website

Alerts

Be the first to know and let us send you an email when HR Avani+ Lanexang posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category