ການແນະນຳໂດຍຫຍໍ້ຂອງ ໂຮງແຮມ ເມສ໌ເວດອນ (ລາວ)
ຖ້າຫາກທ່ານເປັນໜຶ່ງໃນນັກທ່ອງທ່ຽວແບບແບັກແພັກເກີ ແລະ ຕ້ອງການທີ່ຈະສຳພັດ ກັບທຳມະຊາດແມ່ນໍ້າຂອງໃນຕາເວັນອອກສ່ຽງໃຕ້, ທ່ານກໍ່ບໍ່ຄວນພາດທີ່ຈະມາທ່ຽວທີ່ເກາະສີ່
ພັນດອນເຊິ່ງເປັນເກາະທີ່ມີຄວາມສວຍງາມທາງພາກໃຕ້ຂອງລາວ.ມີອາກາດທີ່ສົດຊື່ນບໍລິສຸດ, ອ້ອມຮອບດ້ວຍສະພາບແວດລ້ອມທຳມະຊາດທີ່ສວຍສົດງົດງາມ ສະດວກສະບາຍ, ໜ້າຢູ່
ແລະ ມີພູມິທັດທໍາມະຊາດທີ່ໂດດເດັ່ນປະການຕາອີກດ້ວຍ. ນອກຈາກສິ່ງສວຍງາມທີ່ກ່
າວມາ
ຂ້າງເທິງແລ້ວ ໂຮງແຮມ ເມສ໌ເວດອນ(ລາວ) ກໍ່ຍັງເປັນໜຶ່ງທາງເລືອກທີ່ເໝາະສົມສຳລັບ
ການເດີນທາງມາທ່ອງທ່ຽວຂອງທ່ານອີກດ້ວຍ.
ໂຮງແຮມ ເມສ໌ເວດອນ(ລາວ) ເປັນສາຂາໜຶ່ງຂອງກຸ່ມໂຮງແຮມເມສ໌ເວດອນ ເຊິ່ງເປັນ
ກຸ່ມໂຮງແຮມທີ່ມີມາດຕະຖານການບໍລິການດ້ານການທ່ອງທ່ຽວໃນລະດັບສູງ ແລະ ຍັງຕັ້ງຢູ່ ຈຸດເຊື່ອມຕໍ່ກັນຂອງແມ່ນ້ຳຂອງລະຫວ່າງ ແຂວງ ຈໍາປາສັກ ສປປ ລາວ ແລະ ແຂວງ ຊຽງ
ແຕງ ລາຊາອານາຈັກກຳປູເຈຍອີກດ້ວຍ. ນອກນັ້ນ ກໍ່ຍັງຕິດກັບເສັ້ນທາງຫຼວງແຫ່ງຊາດເລກ
ທີ 13 ແລະ ອ້ອມຮອບໄປດ້ວຍອຸທິຍານນ້ຳຕົກຕາດຄອນພະເພັງເຊິ່ງເປັນນ້ຳຕົກຕາດທີ່ໃຫຍ່
ທີ່ສຸດໃນບັນດາປະເທດອາຊີຕາເວັນອອກສຽງໃຕ້, ມີເຂືຶ່ອນໄຟຟ້າພະລັງງານນ້ຳ ດອນສະໂຮງ
ທີ່ມີທ່າແຮງສາມາດປັບປຸງເປັນແຫຼ່ງທ່ອງທ່ຽວໄດ້ ແລະ ທີ່ໂດດເດັ່ນໄປກວ່ານັ້ນ ທີ່ຕັ້ງຂອງ
ໂຮງແຮມ ຍັງມີໄລຍະຫ່າງຈາກດ່ານສາກົນໜອງນົກຂຽນ (ຊາຍແດນ ລາວ-ກຳປູເຈຍ) ທີ່ໃຊ້
ເວລາເດີນທາງດ້ວຍລົດພຽງ 10 ນາທີເທົ່ານັ້ນເອງ.
ໂຮງແຮມ ເມສ໌ເວດອນ(ລາວ) ມີເນື້ອທີ່ທັງໝົດ 8 ເຮັກຕາ, ໃນໄລຍະທຳອິດມີເນື້ອທີ່
ການກໍ່ສ້າງກວມເຖິງ 20,000 ຕາລາງແມັດ. ເຊິ່ງປະກອບດ້ວຍ ອາຄານຫ້ອງອະເນກປະສົມ 1 ຫຼັງ, ອາຄານໂຮງແຮມບູຕິກ 2 ຫຼັງ, ອາຄານສະປາ 6ຫຼັງ ແລະ ເຮືອນວິນລາຊົງລາວອີກ 27 ຫຼັງ, ທີ່ສາມາດຮອງຮັບແຂກເຂົ້າພັກໄດ້ສູງເຖິງ 200 ຄົນ. ຕົວອາຄານໂຮງແຮມບູຕິກ
ແລະ ເຮືອນວິນລານັ້ນ ໄດ້ມີການອອກແບບທີ່ເນັ້ນໃສ່ຮູບຊົງທີ່ເປັນເອກະລັກຂອງລາວ, ສອດ
ຄ່ອງກັບການອອກແບບເຟີນີເຈີທີ່ເນັ້ນເປັນສີດຽວກັນ ແລະ ປະສົມປະສານໄປດ້ວບລະບົບໄຟແສງສີທີ່ອົບອຸ່ນສະບາຍຕາ ເພື່ອສ້າງໃຫ້ກາຍເປັນແຫຼ່ງທີ່ພັກອາໄສທີ່ເປັນເອກະລັກຂອງອາຊີຕາເວັນອອກສຽງໃຕ້.
ໃນຕົວອາຄານໂຮງແຮມປະກອບມີຫ້ອງປະຊຸມອະເນກປະສົມຂະໜາດໃຫຍ່, ຫ້ອງອາ
ຫານ, ຫ້ອງກາເຟ ແລະ ອື່ນໆ, ເຊິ່ງສາມາດໃຫ້ບໍລິການອາຫານຈີນ, ອາຫານຕາເວັນຕົກ, ອາຫານເກົາຫຼີ, ອາຫານຍີ່ປູ່ນ ຕະຫຼອດເຖິງການບໍລິການນວດ ແລະ ອື່ນໆ; ນອກນັ້ນກໍ່ມີ
ຫ້ອງຄາລາໂອເກະ, ສະປະ, ສະລອຍນຳ້ກາງແຈ້ງ ລວມເຖິງສູນທຸລະກິດ ແລະ ສິ່ງອຳນວຍຄວາມສະດວກອື່ນໆອີກດ້ວຍ. ຢູ່ທີ່ນີ້່, ທ່ານສາມາດພັກຜ່ອນໄດ້ຢ່າງເຕັມທີ່ ແລະ
ເພີດເພີນໄປກັບການບໍລິການທີ່ເອົາໃຈໃສ່ເປັນພິເສດ; ສາມາດນັ່ງຟັງເພງ ແລະ ຊົມວິວທິວ
ທັດທຳມະຊາດທີ່ສວຍງາມໄດ້ທີ່ລະບຽບ; ຖ້າທ່ານຢູ່ມນຫ້ອງ ການກົດປຸ່ມພຽງຄັ້ງດຽວກໍ່ສາ
ມາດສັ່ງອາຫານໄດ້ ແລະ ເພີດເພີນກັບອາຫານຈີນ, ອາຫານຕາເວັນຕົກໄດ້ໃນທັນທີ. ໃນ
ຍາມເຊົ້າ ກໍ່ສາມາດສູດເອົາກິ່ນໄອທຳມະຊາດອັນສົດຊື່ນ ແລະ ຊົມຕົ້ນຕານທີ່ລຽງຕົວກັນລຽບຕາມແຄມຫາດຊາຍ, ຖ້າແນມໄປໄກໆກໍ່ຈະເຫັນໝູ່ເກາະດອນໃຫຍ່ນ້ອຍຢ່າງສວຍງາມປະ
ການຕາອີກດ້ວຍ; ໃນຍາມຄ້ອຍຄ່ຳ ຍັງສາມາດຊົມຕາເວັນຕົກດິນ ແລະ ນົກກະຍາງຂາວບິນ
ໄປມາ, ຊົມແມ່ນ້ຳ ແລະ ທ້ອງຟ້າອັນກວ້າງໄກ; ຟັງສຽງຄື້ນນ້ຳສັດສາດເຂົ້າຊາຍຝັ່ງ ແລະ
ເບິ່ງນ້ຳຂຶ້ນນ້ຳລົງຢ່າງເພີດເພີນ.
ໂຮງແຮມ ເມສ໌ເວດອນ (ລາວ) ກຳລັງຈະກາຍເປັນເຂດສູນກາງດ້ານ ທຸລະກິດ-ການ
ທ່ອງທ່ຽວທີ່ເປັນຈຸດສູນລວມ, ຈະເລີນຮຸ່ງເຮືອງ ແລະ ສະດວກສະບາຍທີ່ສຸດ ໃນໝູ່ເກາະສີ່
ພັນດອນທາງ ພາກໃຕ້ຂອງ ສປປ ລາວ. ພ້ອມມີສະພາບແວດລ້ອມທີ່ສວຍສົດງົດງາມ ແລະ
ອຸດົມສົມບູນມີການບໍລິການທີ່ກ້າວໜ້າທີ່ແທດເໝາະທີ່ສຸດສຳລັບນັກທ່ອງທ່ຽວທົ່ວທຸກມຸມໂລກ.
ຂອບເຂດການບໍລິການຂອງໂຮງແຮມ ແມ່ນລວມເຖິງການບໍລິການທີ່ພັກ, ອາຫານ, ຫ້ອງປະຊູມ, ຫ້ອງບັນເທີງ ແລະ ການບໍລິການອື່ນໆ. ໃນຫ້ອງພັກປະກອບມີ ແອ, ຕູ້ເຊັບ, ມີນໍ້າຮ້ອນ 24 ຊົ່ວໂມງ, ອະປະກອນສຸຂາອະນາໄມຟຣີ ແລະ ອື່ນໆ. ນອກນັ້ນ ຍັງມີ WI-FI ຟຣີ, ມີໂທລະພາບດາວທຽມສາກົນ, ມີອິນເຕີເນັດຄວາມໄວສູງ. ສ່ວນສະຖານທີ່ສາ
ທາລະນະ ກໍ່ມີ WI-FI ຟຮີ ແລະ ສະຖານຈອກລົດທີ່ສະດວກສະບາຍອີກດ້ວຍ.
ທີ່ຕັ້ງ : ເສັ້ນທາງເລກທີ 13 ລາວ, ຈຸດກິໂລແມັດທີ 817 (ສີ່ພັນດອນ , ເມືອງໂຂງ
ແຂວງ ຈຳປາສັກ)
ເບີໂທ :031-512222;031-516666