06/11/2025
ບາງສະຖານທີ່ທ່ອງທ່ຽວ ທີ່ໃກ້ກັບ ບ້ານພັກພູນຊັບ ຕາມຖະໜົນໃນຕົວເມືອງຫລວງພະບາງ
1. ວັດຊຽງທອງ
• ໄລຍະທາງ: ປະມານ 2 ນາທີຂີ່ລົດ ຫຼື 5-7ນາທີໃນການຍ່າງຊົມເມືອງເກົ່າຫລວງພະບາງຈາກເຮືອນພັກ ເຖິງວັດຊຽງທອງ.
• ສິ່ງທີ່ນ່າສົນໃຈ: ສິລະປະກໍາລ້ານຊ້າງ ພ້ອມດ້ວຍພະອຸໂບສດທີ່ມີການປະດັບປະດາດ້ວຍແກ້ວ ແລະ ຄວາມສວຍງາມທີ່ບໍ່ຄວນພາດ.
2. ພະທາດພູສີ
• ໄລຍະທາງ: ຫນ້າຈະບໍຮອດນາທີ ຈາກທີ່ພັກເຖິງຕີນພູສີ
• ສິ່ງທີ່ນ່າສົນໃຈ: ມຸມມອງທີ່ສາມາດຊົມທິວທັດທົ່ວເມືອງຫລວງພະບາງໄດ້ຢ່າງສວຍງາມພິເສດ ເຫມາະສໍາລັບການມາຊົມພະອາທິດຂື້ນ ແລະ ພະອາທິດຕົກ.
3. ຕະຫລາດເຊົ້າ (ຕະຫລາດທ່າເຮືອເມ)
• ໄລຍະທາງ: ຍ່າງປະມານ 2ນາທີຈາກເຮືອນພັກ
• ສິ່ງທີ່ນ່າສົນໃຈ: ຊື້ຂອງຝາກສິນຄ້າທ້ອງຖິ່ນ ແລະ ຊິມອາຫານ ແລະ ເຂົ້າຫມົມທີ່ຂຶ້ນຊື່ຂອງຫລວງພະບາງຫລາຍຢ່າງ
4. ວັດໃໝ່ສຸວັນນະພູມາຣາມ
• ໄລຍະທາງ: ປະມານ 2 ນາທີ
• ສິ່ງທີ່ນ່າສົນໃຈ: ສິລະປະພຸດທະສາສນາ ພ້ອມສະຖາປັດຕະຍະກໍາທີ່ສວຍງາມສະດຸດຕາ.
5. ພິພິທະພັນຫລວງພະບາງ (ພຣະຮາຊວັງເກົ່າ)
• ໄລຍະທາງ: ຢູ່ຂ້າງບ້ານ ປົກກະຕິຍ່າງບໍ່ຮອດນາທີຈາກເຮືອນພັກ
• ສິ່ງທີ່ນ່າສົນໃຈ: ຮຽນຮູ້ປະຫວັດສາດ ແລະ ຊົມຄວາມສວຍງາມຂອງ ພະລາດຊະວັງເກົ່າ.
6. ແຄມຂອງ
• ໄລຍະທາງ: 5 ນາທີຈາກເຮືອນພັກ
• ສິ່ງທີ່ນ່າສົນໃຈ: ບັນຍາກາດສະດວກສະບາຍຍາມແລງ ພ້ອມອາຫານເດັດເດັ່ນຈາກຄົນທ້ອງຖິ່ນ.
7. ຕະຫລາດມືດ(ຕະຫລາດກາງຄືນ)
• ໄລຍະທາງ : ກ້າບອກເລີຍວ່າຫນ້າບ້ານ
• ສິ່ງທີ່ໜ້າສົນໃຈ: ໃຫ້ທ່ານສາມາດ ໂລະຊື້ຂອງຝາກ ຈາກຫລວງພະບາງ ທີ່ມີຫລາກຫລາຍໃຫ້ເລືອກບໍ່ວ່າຈະເປັນຜ້າແພ, ສິ້ນ, ເສື້ອ, ຂັນໄມ້ ໂອໄມ້ ແລະ ອື່ນໆ.
8. ວັດສີພຸດທະບາດ
• ໄລຍະທາງ: ປະມານ 2ນາທີຈາກເຮືອນພັກພູນຊັບ
• ສິ່ງທີ່ນ່າສົນໃຈ: ຮ່ອມດ້ວຍຄວາມສັກສິດຂອງຮອຍພະພຸດທະບາດ ເທິງເນີນພູ ກ່ອນເຖິງຍອດພູສີ ຖື ວ່າເປັນວັດຄູາກັບວັດພະບາດໃຕ້ ມີສາລາຊົມວິວ ສາມາດ ເບິ່ງເຫັນທິວທັດຂອງ ແມ່ນ້ຳຄານ ແລະ ພູເຂົາອ້ອມຮອບໄກສຸດລູກຫູລູກຕາ ພ້ອມທິວທັດທີ່ງົດງາມ ເຫມາະສໍາລັບການສັກກາຣະ ແລະ ພັກຜ່ອນໃຈ.
9. ເຮືອນຈັນ ຫລວງພະບາງ
• ທີ່ຕັ້ງ: ຢູ່ໃນເຂດເມືອງເກົ່າ ໃກ້ແມ່ນ້ຳຂອງ
• ສິ່ງທີ່ນ່າສົນໃຈ: ສັມຜັດສະຖາປັດຕະຍະກໍາລາວບູຮານ
ທີ່ເປັນເອກະລັກ ແລະ ທ່ານສາມາດເຊົ່າສຸດລາວ ບູຮານເພືອຖ່າຍພາບຄູ່ກັບເຮືອນຈັນ ເພື່ອເປັນ ທີ່ລະລຶກ ໄດ້.
ແລະນັ້ນເປັນພຽງ ເປັນພຽງບາງສະຖານທີ່ທ່ອງທ່ຽວທີ່ສະດວກ ແລະ ຢູ່ໃກ້ ກົບ ເຮືອນພັກພູນຊັບ ຕິດຕາມເຮົາໄວ້ເດີ້ ແລ້ວຈະນຳ ຂໍ້ມູນສະຖານທີ່ ທ່ອງທ່ຽວມາແນະນຳອີກແນ່ນອນ.
0️⃣2️⃣0️⃣ 7️⃣7️⃣7️⃣ -7️⃣7️⃣3️⃣3️⃣5️⃣