ໂຮງແຮມ ຫົງວັນຄຳ

ໂຮງແຮມ ຫົງວັນຄຳ ຫ້ອງພັກສະອາດ ບັນຍາກາດງຽບສະຫງົບ ຄົບ? ຫ້ອງພັກສະອາດ ບັນຍາກາດງຽບສະຫງົບ ຄົບເຄື່ອງນອນຄຸນນະພາບດີ ຟີວາຍຟາຍ ສະບາຍໃຈບ່ອນຈອດລົດ

ห้องพัก

ແຄມຂອງປາກເຊ ຍາມເຊົ້າ ບັນຍາກາດດີ ອາກາດສົດຊື່ນ ທ້ອງຟ້າແຈ່ມໃສ.020 55 95 65 35
18/10/2025

ແຄມຂອງປາກເຊ ຍາມເຊົ້າ ບັນຍາກາດດີ ອາກາດສົດຊື່ນ ທ້ອງຟ້າແຈ່ມໃສ.

020 55 95 65 35

08/09/2022

ສ້ອມແປງທາງເຂົ້າໂຮງແຮມ 8.9.2022

10/07/2022

ຂໍເຊີນບັນດາທ່ານມາທ່ອງທ່ຽວ​ ຕາດ​ ແຊພະ​ ແຊປອງໄລ​ ຍາມນີ້ນ້ຳຫລາຍ ຕາດຈະມີຄວາມສວຍງາມສົມບູນທີ່ສຸດ.

ຢ່າລືມມາແວ່ພັກໂຮງແຮມ​ ຫົງວັນຄຳ ໂທ​ 02055956535 0305014160, ບ້ານສະຫນາມໄຊ ເມືອງປາກເຊ ແຂວງຈຳປາສັກ,​ ຄືນລະ 100,000ກີບ​ (220ບາດ) ເທົ່ານັ້ນ.

ພິເສດ​ ຖ້າມາຫລາຍຫ້ອງ ເຈົ້າຂອງໂຮງແຮມເພິ່ນມີໂປໂມຊັ້ນດີໆໃຫ້ ແນ່ນອນ​ (ສາມາດລົມກັບເຈ້ສຸກໄດ້ທຸກມື້ ທີ່ໂຮງແຮມ ຫົງວັນຄຳ)

ຫ້ອງພັກສະອາດ ບັນຍາກາດງຽບສະຫລົບ ພົບເຄື່ອງນອນຄຸນນະພາບດີ ຟີວາຍຟາຍ ສະບາຍໃຈບ່ອນຈອດລົດ,​ ທີ່ສຳຄັນ​ ເປັນມິດຕໍ່ກະເປົ໋າຄືເກົ່າ.

ຂ່າວດີ ສຳລັບລູກຄ້າຊາວໄທ, ເພື່ອເປັນການຕອບຮັບກັບການເປີດປະເທດຢ່າງເປັນທາງການ ຄັ້ງທຳອິດ​ ໃນວັນທີ​ 9.5.2022 ນີ້.ທາງໂຮງແຮມຫົງວັ...
07/05/2022

ຂ່າວດີ ສຳລັບລູກຄ້າຊາວໄທ, ເພື່ອເປັນການຕອບຮັບກັບການເປີດປະເທດຢ່າງເປັນທາງການ ຄັ້ງທຳອິດ​ ໃນວັນທີ​ 9.5.2022 ນີ້.

ທາງໂຮງແຮມຫົງວັນຄຳ​ ຂໍຈັດໂປຣໂມຊັ້ນ​ພິເສດ​ ສຳລັບບັນດາທ່ານ​ ນັກທ່ອງທ່ຽວຊາວໄທ​ ຈະໄດ້ຮັບສ່ວນລົດທັນທີ,​ ໂດຍຈາກເດີມລາຄາ 400 ບາດຕໍ່ຄືນ ລົດເຫລືອພຽງ 250 ບາດຕໍ່ຄືນເທົ່ານັ້ນ, ພິເສດ​ ສຳລັບຄົນຂັບລົດຕູ້ ເຫລືອ​ພຽງ​ 200​ ບາດຕໍ່ຄືນ.

ເລີ່ມ​ 9.5.2022
ສິ້ນສຸດ​ 30.6.2022

28/10/2021

ແຈ້ງການ
ເຖິງລູກຄ້າທຸກທ່ານ
ໂຮງແຮມ​ໄດ້ຍຸດຕິຮັບແຂກກັກໂຕ
ແລະ​ ເປີດຮັບລູກຄ້າທົ່ວໄປ,​ ເລີ່ມ 1.10.2021 ເປັນຕົ້ນມາ

ສິ່ງທີ່ທຸກຄົນ​ ຄວນຮູ້​ ໃນຊ່ວງການລະບາດ​ ຂອງພະຍາດ COVID-19
20/07/2021

ສິ່ງທີ່ທຸກຄົນ​ ຄວນຮູ້​ ໃນຊ່ວງການລະບາດ​ ຂອງພະຍາດ COVID-19

...บนสังคมออนไลน์มีการแชร์ข้อมูลเกี่ยวกับระยะเวลาการอยู่รอดของเชื้อไวรัสโคโรนาสายพันธุ์ใหม่ หรือโควิด-19 ....

ໂຮງແຮມ​ ຫົງວັນຄຳ​ ເປັນສ່ວນຫນຶ່ງ​ ໃນການຮັບໃຊ້ ແລະ​ ຊ່ວຍເຫລືອ​ ສັງຄົມ​ ໃນຍາມວິກິດ ເມື່ອ​ຊາດຮຽກຮ້ອງ.ໂດຍປະຕິບັດມາດຕະການ ຕ້ານ...
20/07/2021

ໂຮງແຮມ​ ຫົງວັນຄຳ​ ເປັນສ່ວນຫນຶ່ງ​ ໃນການຮັບໃຊ້ ແລະ​ ຊ່ວຍເຫລືອ​ ສັງຄົມ​ ໃນຍາມວິກິດ ເມື່ອ​ຊາດຮຽກຮ້ອງ.

ໂດຍປະຕິບັດມາດຕະການ ຕ້ານ,​ ສະກັດກັນ​ ແລະ​ ແກ້ໄຂພະຍາດລະບາດ COVID-19 ຂອງຄະນະສະເພາະກິດທຸກຂັ້ນ ຢ່າງເຂັ້ມງວດ.

17/07/2021

ແຈ້ງການ​ ໂຮງແຮມເຕັມ ແຕ່ວັນທີ​ 17/07/2021 ຫາວັນທີ 30/07/2021.

ເນື່ອງຈາກໂຮງແຮມຫົງວັນຄຳ ໄດ້ເປັນສ່ວນຫນຶ່ງຂອງການຕ້ານ,​ ສະກັດກັນ ແລະ​ ຄວບຄຸມການລະບາດຂອງພະຍາດ COVID-19 ທີ່ພວມເປັນໄພຄຸກຄາມສັງຄົມລາວ​ ກໍ່ຄື​ ແຂວງຈຳປາສັກຂອງພວກເຮົາໃນປະຈຸບັນ.

ປະຈຸບັນ​ ແຮງງານລາວທີ່ເດີນທາງກັບຈາກປະເທດໃກ້ຄຽງເຂົ້າມາຍັງແຂວງຈຳປາສັກ ມີຈຳນວນຫລາຍ ເຮັດໃຫ້ ຈຳນວນຜູ້ຕິດເຊື້ອມີເຖິງ 40​ ຫາ​ 50​ ຄົນຕໍ່ມື້ ມີຜູ້ຕິດເຊື້ອສະສົມທີ່ກຳລັງປິ່ນປົວຈຳນວນຫລາຍ ທັງຢູ່ໃນໂຮງຫມໍ ແລະ​ ຢູ່ສະຫນາມ,​ ສົ່ງຜົນໃຫ້ທີມແພດຕ້ອງເຮັດວຽກຢ່າງຫນັກ.​

ແພດຫມໍຈຳນວນຫລາຍ ມີຄວາມສ່ຽງຕໍ່ການຕິດເຊື້ອຈາກການປົນເປື້ອນຜ່ານການສຳພັດກັບຜູ້ຕິດເຊື້ອໃນຂັ້ນຕອນການປິ່ນປົວ ທັງທາງກົງ ແລະ​ ທາງອ້ອມ.

ແພດຫມໍຕ້ອງເຂົ້າປະຈຳການ​ 14​ ວັນ,​ ເມື່ອສຳເລັດຈາກພາລະກິດຕ້ອງໄດ້ກັກໂຕ​ 14​ ວັນ​ກ່ອນ ເພື່ອໃຫ້ແນ່ໃຈວ່າບໍ່ໄດ້ນຳພາເຊື້ອພະຍາດອັນຮ້າຍແຮງນີ້ຕິດໂຕໄປນຳ ອີກທັງ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຈາກແພດຫມໍສູ່ຄອບຄົວຂອງຕົນ​ ແລະ​ ຊຸມຊົນ,​ ເຊິ່ງເປັນເລື່ອງທີ່ຫນ້າເຫັນໃຈ ແລະ​ ສົມຄວນຕໍ່ການສັນລະເສີນ​ໃນຄວາມເສຍສະຫລະຂອງທີມງານແພດຫມໍທຸກທ່ານ.

ແຕ່ໃນຄວາມເປັນຈິງ ສະຖານທີ່ກັກໂຕຂອງບັນດາແພດຫມໍ ພັດມີຢ່າງຈຳກັດ ແລະ​ ບໍ່ພຽງພໍ,​ ບາງຄົນຕ້ອງໄດ້ໃຊ້ສະຖານທີ່ລັດຖະການຕ່າງ​ໆ ເປັນບ່ອນກັກໂຕ.​

ເມື່ອເຫັນໄດ້ເຖິງຄວາມຈຳເປັນ,​ ສຳຄັນ ແລະ​ ເຄັ່ງຮ້ອນຄືແນວນັ້ນ,​ ໂຮງແຮມ​ ຫົງວັນຄຳ​ ຈິ່ງໄດ້ຖືກຄັດເລືອກຈາກພາກລັດ ກໍ່ຄືຄະນະກຳມະການສະເພາະກິດຂັ້ນແຂວງ ໃຫ້ເປັນສ່ວນຫນຶ່ງ ໃນການແກ້ໄຂບັນຫາທີ່ໄດ້ກ່າວມາຂ້າງເທິງນັ້ນ,​ ໂດຍເປັນບ່ອນກັກໂຕຂອງບັນດາແພດຫມໍທີ່ສຳເລັດຈາກພາລະກິດ ເຂົ້າມາພັກເຊົາກັກໂຕຢູ່ທີ່ໂຮງແຮມຂອງພວກເຮົາຕາມຫລັກການແພດສາກົນຈຳນວນ 14​ ວັນ​ ໂດຍມີຄວາມຮັບປະກັນທາງດ້ານການປ້ອງກັນ: ຢູ່ຄົນດຽວ,​ ກິນ​ຄົນດຽວ,​ ນອນຄົນດຽວ,​ ໃຊ້ເຄື່ອງຂອງຄົນດຽວ,​ ຮັບປະກັນບໍ່ໃຫ້ມີການແຜ່ລະບາດ ແລະ​ ຂ້າເຊື້ອຕາມຫລັກການແພດສາກົນ, ເມື່ອຄົບກຳນົດ ຈິ່ງຖືກອະນຸຍາດໃຫ້ກັບບ້ານໄປຫາຄອບຄົວຂອງຕົນໄດ້.

ດັ່ງນັ້ນ,​ ໂຮງແຮມ​ ຫົງວັນຄຳ ຂອງພວກເຮົາ​ ຈິ່ງຂໍແຈ້ງມາຍັງລູກຄ້າຜູ້ມີບຸນຄຸນທຸກທ່ານ​ ເພື່ອຮັບຊາບ ເຖິງຄວາມຈຳເປັນໃນຄັ້ງນີ້​ ແລະ​ ຂໍອະໄພທີ່ບໍ່ສາມາດໃຫ້ບໍລິການບັນດາທ່ານໄດ້ ຕາມເວລາທີ່ໄດ້ກ່າວມາຂ້າງເທິງນັ້ນ.

ຮຽນ​ມາດ້ວຍຄວາມ​ເຄົາລົບ​ ແລະ​ ນັບຖືຢ່າງສູງ.

7​ ວິທີ​ ຮັກສາສະໝອງ​ ໃຫ້ຢູ່ຄູ່ກັບເຮົາໄປຕະຫລອດຊີວິດ
25/06/2021

7​ ວິທີ​ ຮັກສາສະໝອງ​ ໃຫ້ຢູ່ຄູ່ກັບເຮົາໄປຕະຫລອດຊີວິດ

Address

Sanamxay
Paksé
21134

Telephone

+8562059405777

Website

Alerts

Be the first to know and let us send you an email when ໂຮງແຮມ ຫົງວັນຄຳ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ໂຮງແຮມ ຫົງວັນຄຳ:

Share

Category