11/08/2026
ພວກເຮົາ Souphattra Heritage Vientiane ຂໍຮ່ວມສົ່ງສານໄວ້ອາໄລ ແລະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ຄຸນງາມຄວາມດີ, ຄວາມສະຫຼາດສ່ອງໃສ ແລະ ການເສຍສະຫຼະອັນສູງສົ່ງຂອງພະນະທ່ານ ເພື່ອປະເທດຊາດ ຈະຢູ່ໃນຄວາມຊົງຈຳ ແລະ ດວງໃຈຂອງພວກຂ້າພະເຈົ້າຕະຫຼອດໄປ. ພວກເຮົາຂໍແບ່ງເບົາຄວາມທຸກໂສກກັບ ພັກ-ລັດຖະບານ, ປະຊາຊົນລາວທັງຊາດ ແລະ ຄອບຄົວ ພົມວິຫານ.
ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ ຈາກຄະນະຜູ້ບໍລິຫານ ແລະ ທີມງານທຸກພາກສ່ວນ.