27/08/2025
[English below]
✨ໂຮງແຮມ ເມືອງແທ່ງ ລັກເຊີລີ ວຽງຈັນເປັນກຽດທີ່ໄດ້ຮັບໃບຍ້ອງຍໍຈາກ “ພະແນກແຮງງານ ແລະ ສະຫວັດດີການສັງຄົມ- ໜ່ວຍງານແຮງງານມາດຕະຖານແຮງງານແຫ່ງຊາດ”
🏆 ໃນວັນທີ 26 ສິງຫາ 2025, ທີ່ໂຮງແຮມ ເມືອງແທ່ງ ລັກເຊີລີ ວຽງຈັນ ວຽງຈັນ ໄດ້ຈັດພິທີຮັບໃບຍ້ອງຍໍໜ່ວຍແຮງງານມາດຕະຖານແຮງງານແຫ່ງຊາດ ຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ. ເຊິງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງໂຮງແຮມໃນການປະຕິບັດກົດໝາຍວ່າດ້ວຍແຮງງານຢ່າງເຂັ້ມງວດ, ສ້າງສະພາບແວດລ້ອມແຫ່ງການເຮັດວຽກທີ່ມີອາລະຍະທຳ, ຍຸດຕິທຳ, ປອດໄພ ແລະ ຍືນຍົງໃຫ້ແກ່ພະນັກງານທຸກຄົນ.
✨ຜົນສຳເລັດດັ່ງກ່າວບໍ່ພຽງແຕ່ຢັ້ງຢືນຊື່ສຽງ ແລະ ຄຸນນະພາບການດຳເນີນງານຂອງໂຮງແຮມໃນຂະແໜງບໍລິການ-ທ່ອງທ່ຽວເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະຄຽງຄູ່ກັບແຮງງານລາວໃນການພັດທະນາຊັບພະຍາກອນມະນຸດ ແລະ ປັບປຸງມາດຕະຖານແຮງງານແຫ່ງຊາດ.
🎉ນີ້ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງໂຮງແຮມ ເມືອງແທ່ງ ລັກເຊີລີ ວຽງຈັນ ເທົ່ານັ້ນ, ແຕ່ຍັງມີຄຸນຄ່າຕໍ່ຄວາມຕັ້ງໃຈ ແລະ ຄວາມມານະພະຍາຍາມຂອງພະນັກງານທຸກຄົນ. ຜົນສໍາເລັດດັ່ງກ່າວໄດ້ກະຕຸ້ນໃຫ້ທີມງານໃນໂຮງແຮມຂອງພວກເຮົາມີຄວາມມຸ້ງໝັ້ນ ແລະ ເຂັ້ມແຂງ, ຮ່ວມກັນສ້າງຄຸນຄ່າທີ່ຍືນຍົງແລະ ນໍາເອົາປະສົບການທີ່ດີທີ່ສຸດມອບໃຫ້ກັບລູກຄ້າ."
___________________________________________
✨ Mường Thanh Luxury Vientiane Hotel Honored with the National Standard Labor Unit Certificate
On August 26, 2025, Mường Thanh Luxury Vientiane Hotel was proudly awarded the National Standard Labor Unit Certificate by the Department of Labor and Social Welfare.
🏆 This recognition is solid proof of the hotel’s continuous efforts in strictly complying with labor laws, while fostering a fair, safe, civilized, and sustainable working environment for all employees.
✨ The achievement not only reaffirms the prestige and quality of Mường Thanh Luxury Vientiane Hotel in the hospitality and tourism industry, but also demonstrates its strong commitment to supporting the Lao government in developing human resources and enhancing national labor standards.
🎉More than just an honor, this award is a well-deserved acknowledgment of the dedication and hard work of every team member. It serves as a powerful motivation for the hotel to grow stronger, create sustainable values, and deliver the best experiences to all guests.
——————————————————————————
Mường Thanh Luxury Vientiane Hotel
🌎 Web: https://luxuryvientiane.muongthanh.com
📬 Add: Bourichane Road, Phonsinouan Village, Sisattanak District, Vientiane Capital, Lao PDR.
☎ Tel: (+856) 21 998 999 - Hotline: (+856) 20 96931418 - Fax: (+856) 21 996 999
📧 Mail: [email protected]